Sbs Lao - Sbs

Informações:

Synopsis

Listen to interviews, features and community stories from the SBS Radio Lao program, including news from Australia and around the world. - , SBS , .

Episodes

  • ການພົວພັນກັບສັບປະດາຄວາມປອງດອງຂັ້ນແຫ່ງຊາດອອສເຕຼເລັຍ

    27/05/2021 Duration: 09min

    ສັບປະດາຄວາມປອງດອງແຫ່ງຊາດອອສເຕຼເລັຍເປັນເວລາສຳຮັບຄົນອອສເຕຼເລັຍ ທຸກໆຄົນເພື່ອຮຽນຮູ້ກ່ຽວກັບປະຫວັດສາດ ວັທນະທັ ຄວາມສຳເຣັດແລະຄວາມເສີມ ສ້າງການປະນີປະນອມກັນໂດຍການສ້າງຄວາມສຳພັນກັນທີ່ຈົບດີຂຶ້ນຕື່ມກັບຄົນ ອາໂບຣີຊີໂນນແລະທໍເຣັດສ໌ສເຕຼຕອາຍແດນເດີ ຄືຄົນພື້ນເມືອງອອສເຕຼເລັຍ ທີ່ກໍ ຮຽກກັນວ່າ ຄົນເີດມອອສເຕຼເລັຍ.

  • ເປັນຫັຍງຄົນທີ່ລອດຈາກຄວາມຮຸນແຮງໃນດ້ານຄອບຄົວມີຄວາມຍາກຊາໃນການຫາເອົາຄວາມຊ່ວຍເຫຼືອ?

    26/05/2021 Duration: 15min

    ໃນອອສເຕຼເລັຍ ຄົນຫຼາຍພັນຄົນທີ່ລອດຈາກຄວາມຮຸນແຮງໃນດ້ານຄອບຄົວ ບໍ່ສາມາດເສັຍຄ່ານັກກົດໜາຍ. ໃນກໍຣະນີສ່ວນໃຫຍ່ຂອງຄວາມຮຸນແຮງໃນດ້ານຄອບຄົວ ຜູ້ຊາຍເປັນຜູ້ກະທຳ ໃນກໍຣະນີສ່ວຍໃຫຍ່ຂອງຄວາມຮຸນແຮງ. ຜູ້ຍິງ, ລູກໆແລະເດັກໆເປັນຜູ້ທີ່ຖຶກ ເຂາະຮ້າຍ. ຜູ້ຍິງທີ່ໜີໄປຈາກຄວາມສຳພັນທີ່ມີການລ້ວງລ້ຳກັນ ປະເຊີນໜ້າກັບຄວາມ ຍາກຊາມາກມາຍເພື່ອຢືດຢື້ເຖິງຄວາມເປັນທັມ.

  • ຂ່າວສຳຮັບຣະຍະ 22-5-21

    26/05/2021 Duration: 11min

    ຂ່າວຄາວທີ່ເປັນໜ້າສົນໃຈສຳຮັບ 22-5-21 ມີຫັຍງແດ່?

  • ທ່ານຈະໃຫ້ສັກຢາວັກຊີນ ໂກວິດ-19 ແກ່ທ່ານບໍ່?

    20/05/2021 Duration: 15min

    ຄົນມາກມາຍໃນອອສເຕຼເລັຍຖຶກສັກຢາວັກຊີນ ໂຄວິດ-19 ໃຫ້ແລ້ວໂດຍມີ ຄວາມປອດພັຍແຕ່ມີກໍຫຼາຍຄົນໄດ້ປະເຊີນກັບອາການຂ້າງຄຽງບາງຢ່າງແດ່ ເຖິງຂັ້ນຕາຍຍ້ອນນຶ່ງລາຍກໍມີແລ້ວ (ອີງຕາມຂ່າວໃນອອສເຕຼລັຍ). ທາງການສາທາຣະນະສຸກຂັ້ນຣັດແລະປະເທດອອສເຕຼເລັຍໃຫ້ຄຳໜັ້ນໃຈວ່າ ຢາວັກຊີນ ໂຄວິ-19 ເປັນຢາທີ່ປອດພັຍແລະມີຜົນດີກ່ວາຜົນເສັຍຫາຍ. ເຖິງແນວໃດກະຢ່າ ຄົນມາກມີຄວາມລັ່ງເລໃຈຈະໄປໃຫ້ສັກຢາດັ່ງກ່ວາຢູ່ ດັ່ງ ການສຳພາດຄົນລາວເຮົາສອງທ່ານດ່ັ່ງຕໍ່ໄປນີ້.

  • ການຄ້າ ອອນລາຍນ໌ ໄທຍ໌-ລາວ ມີຄວາມສຳເຣັດ

    20/05/2021 Duration: 07min

    ການຄ້າ ອອນລາຍນ໌ ໃນໂລກນີ້ກຳລັງເດີນກ້າວເມື່ອໜ້າຢ່າງວ່ອງໄວ. ການຄ້າດັ່ງກ່າວຣະຫ່ວາງລາວ-ໄທຍຸກໍກ້າວໄກຢູ່ຕລອດມາຈົນ ທີ່ໃນ ຫ່ວາງນີ້ ວ່າການຄ້ານັ້ນມີຄວາມກ້າວເປັນທີພໍໃຈນຳ.

  • ຄົນລາວດີໃຈກັບ ສປຈີນ ຊ່ວຍ ສປປລາວ ຕ້ານ ໂຄວິດ-19

    20/05/2021 Duration: 05min

    ຫຼາຍປະເທດສາກົນດັ່ງ ສະຫະຣັດອະເຣິກາ ອອສເຕຼເລັຍ ວຽດນາມ ແລະໄທຍ໌ ຊົດຊ່ວຍ ສປປລາວ ຕ້ານຢັນ ໂຄວິດ-19 ແຕ່ໂດດເດັນອາດແມ່ນ ສປຈີນ. ນີ້ພາໃຫ້ຄົນໃນລາວດີໃຈກັບ ສປຈີນ ທີ່ໄດ້ກະທຳດັ່ງນັ້ນ.

  • ສປປລາວ ເຂັ້ມຂັນການລັກລອບເຂົ້າປະເທດ

    20/05/2021 Duration: 05min

    ສປປລາວ ມີຊາຍແດນຍຶດຍາວຕິດກັບປະເທດບ້ານໃກ້ເຮືອນຄຽງ ທີມີຄົນເປັນພະຍາດ ໂຄວິດ-19 ຫຼາຍກ່ວາເປັນກັນຢູ່ໃນລາວ. ຍ້ອນຊາຍແດນຍືດຍາວນັ້ນການລັກລອບເຂົ້າໄປໃນລາວສ້າງບັນ ຫາໃນດ້ານສາທາຣະນະສຸກແກ່ພັກຣັຖແລ້ວ ຄືນຳເອົາ ໂຄວິດ-19 ໄປແຜ່ຜາຍຂຶ້ນໃນລາວ. ບັດນິີ້ ສປປລາວ ເຂັ້ມຂັນການປາບປາມການລັກລອບເຂົ້າໄປໃນ ລາວຈາກຕ່າງເທດຕ່າງໆຂຶ້ນແລ້ວ.

  • ວຽກເຮັດງານທຳໃນອານາຄົດ

    20/05/2021 Duration: 09min

    ການສຶກສາເບິ່ງຂອງສາກົນກະຕວງວ່າວຽກເຮັດງານທຳສາມອັນຈາກຫ້າອັນ ຈະຕ້ອງການຄວາມສຳນິສຳນານອັນກ້າວໜ້າໃນດ້ານ ດີຊີໂຕນ ພາຍໃນປີ 2030 ແລະໜັງສືລາຍງານຂອງມະຫາວິທຍາລັຍ ອາເລີໄມຕຼີ ບອກໃຫ້ຊາບ ວ່າຄົນທີເຮັດວຽກໃນອອສເຕຼເລັຍນຶ່ງຄົນຈາກສີ່ຄົນບໍ່ມີຄວາມສຳນິສຳນານ ເພື່ອເຮັດວຽກຢູ່ໃນແວດລ້ອມທີ່ໃຊ້ຣະບົບ ດີຊີໂຕນ ຂຶ້ນຢ່າງວ່ອງໄວ. ນີ້ບອກໃຫ້ເຫັນວ່າມີຄວາມຕ້ອງການຄວາມສ່ຽວຊານມາກມາຍຍ້ອນເສຖ ກິດໃຊ້ຣະບົບໂອດໂຕມາຕິກຫຼາຍຂຶ້ນ.

  • ຂ່າວສຳຮັບຣະຍະ 17-5-21

    20/05/2021 Duration: 14min

    ຂ່າວຄາວທີ່ເປັນທີ່ສົນໃຈສຳຮັບຄາວຣະຍະ 15-5-21

  • ໄທຍ໌ໃຫ້ການຊ່ວຍເຫຼືອ ສປປລາວ ຕໍ່ສູ້ ໂຄວິດ-19

    20/05/2021 Duration: 04min

    ສປປລາວ ກຳລັງມີ ໂຄວິດ-19 ຣະບາດອາຣະວດຢ່າງວ່ອງໄວຢູ່ໃນເວລານີ້. ນັ້ນພາໃຫຫຼາຍປະເທດຊົດຊ່ວຍລາວສະກັດມັນໄວ້ ອັນມີດ້ວຍຣັຖບານໄທຍ໌ ທີ່ກໍມີຄົນເປັນພະຍາດນັ້ນມາກມາຍຢູ່.

  • ເປັນຫັຍງຜູ້ຍິງລາວຕາຍພາຍຫຼັງຖຶກສັກຢາວັກຊີນ ໂຄວິດ-19?

    20/05/2021 Duration: 07min

    ຜູ້ຍິງອາຍຸ 63 ປີ ຂອງເຂດເມືອງນາຊາຍທອງຂອງວຽງຈັນຕາຍ ພາຍຫຼັງຖຶກສັກຢາວັກຊີນ ໂຄວິດ-19 ໃຫ້ມື້ນ່ຶງແລ້ວ. ຜູ້ກ່ຽວຕາຍຍ້ອນຢາຍີ່ຫໍ້ໃດແລະດ້ວຍເຫດໃດກັນແທ້?

  • ການຮຽນພາສາອັງກິດໂດຍບໍ່ຄິດຄ່າຫັຍງໃນອອສເຕຼເລັຍ

    20/05/2021 Duration: 06min

    ການສອນພາສາອັງກິດໂດຍບໍ່ຄິດຄ່າຫັຍງແກ່ຄົນຕ່າງປະເທດ ທີ່ມາຢູ່ອອສເຕຼເລັຍຢ່າງຖາວອນຖຶກປະຕິຮູບແລ້ວເພື່ອໃຫ້ຄົນ ດັ່ງກ່ວາຕັ້ງຊີວິໃນປະເທດນີ້ໄດ້ຢ່າງໄດ້ຜົນແລະມີຊີວິຊີວາ. ໃນນັ້ນຫຼັກການໃໜມີຫັຍງແດ່?

  • ງົບປະມານອອສເຕຼເລັຍ 2021-2022

    20/05/2021 Duration: 13min

    ອົປມານອອສເຕຼເລັຍຊຸດຊົກປີ 2021-2022 ຖຶກປະກາດອອກມາແລ້ວ ທີ່ຣັຖບານອອສເຕຼເລັຍເຫັນວ່າຕົນມີເງິນມີຄຳຫຼາຍເຮັດໃຫ້ນາຍຄັງໃຫຍ່ ວາດແຕ່ງນະໂຍບາຍຕ່າງໆອອກມາທີ່ບໍ່ຄ້າຍຄຽງກັນກັບອັນປົກກະຕິຂອງ ພັກ ລີເບີໂລນ ປະສົມ ນາໂຊນນານ ແຫ່ງຊາດ. ໃນນັ້ນມີຫັຍງແດ່?

  • ຂ່າວສຳຮັບຣະຍະ 15-5-21

    20/05/2021 Duration: 14min

    ຂ່າວຄາວສຳຮັບຣະຍະ 15-5-21 ມີຫັຍງແດ່ທີ່ເປັນທີ່ສົນໃຈ?

  • ຈະເກັບກະດູກຄົນໄວ້ໃນວັດທີ່ຊິດນີໄດ້ແບບໃດກັນ?

    13/05/2021 Duration: 14min

    ສຳພາດ: ທ່ານເດດ ສີແສງລັດ, ປະທ່ານປະຊາສຳພັນ ສະມາຄົມສົ່ງ ເສີມຊຸມຊົນວລາວ. ລາວເຮົາໃນອອສເຕຼເລັຍທີ່ເລີ້ມມາຢູ່ອອສເຕຼຈາກສູນອົພຍົບຕ່າງໆ ໃນວັນທີ 19 ມີນາ 1976 ມີຫຼາຍຂຶ້ນແລະຕາຍຫຼຸດລົງໂດຍທີ່ໃນປັດ ຈຸບັນນີ້ມີຢູ່ປະມານສິບພັນຄົນ. ແຕ່ວ່າບາດຖຶກສານະປະກິດສົບໂດຍການວາງເພີງແລ້ວຈະເອົາກະ ດູກທີ່ເຫຼືອໄວ້ປັນອານຸສອນໄປເກັບມ້ຽນໄວ້ຢູ່ໃສໄດ້ໃນໃນອອສເຕຼເລັຍ?

  • ບໍ່ແກ້ວຫວຍຊາຍ ຕຽມ 800 ຕຽງໄວ້ສຳຮັບຄົນປ່ວຍ ໂຄວິດ-19

    13/05/2021 Duration: 04min

    ແຂວງບໍ່ແກ້ວເປັນເຂດແດ່ນແຫ່ງນຶ່ງຂອງ ສປປລາວ ທີ່ມີຄົນເປັນ ໂຄວິດ-19 ຫຼາຍໃນຣະດັບທີສອງໃນລາວທັງຕັ້ງຢູ່ໃນສາມລ່ຽມທອງ ຄຳທີ່ເປັນແດນທີ່ຖືວ່າເປັນເຂດອັນຕະຣາຍຍ້ອຍ ໂຄວິດ-19. ບັດນີ້ ເມືອງບໍ່ແກ້ວຫວຍຊາຍໄດ້ຈັດຕຽງ 800 ຕຽງໄວ້ຮັບມື ກັບໂຄວິດ-19 ທີ່ອາດອາຣະວາດແຂວງບໍ່ແກ້ວແລ້ວ.

  • ຕຳຣວດຈະເອົາເຣື່ອງຄົນແຜ່ຜາຍ ໂຄວິ-19

    13/05/2021 Duration: 05min

    ມີການກ່າວຫາແລະຊ່າວ່າຄົນທີ່ລັກຣອບເຂົ້າໄປ ສປປລາວ ເປັນຜູ້ແຜ່ຜາຍ ໂຄວິດ ຂຶ້ນໃນລາວຂອງຫ່ວາງນີ້ແລະຕຳຣວດຈະເອົາເຣື່ອງກັບພວກດ່ັ່ງແລະ ຜູ້ທີຊຸກຊ້ອນຄົນດັ່ງກ່າວໄວ້ດ້ວຍ ແຕ່ມັນເປັນການກະທຳອັນຖຶກຕ້ອງຫຼືບໍ່?

  • ສະຫວັນນະເຂດປົດນາຍບ້ານເມືອງໄກສອນຍ້ອນຫັຍງ?

    13/05/2021 Duration: 03min

    ໃນ ສປປລາວ ມີ ການຕ້ອງຫ້າມ ໂຄວິດ-19 ທົ່ວປະເທດຍອນພະຍາດ ດັ່ງກ່າວຮອບສອງຣະບາດຢູ່. ແຕດ້ວຍເຫດໃດນາຍບ້ານເມືອງໄກສອນຖຶກປົດອອກຈາກໜ້າທີ່ການ?

  • ງົປມາອອສເຕຼເລັຍ 2021-22 ຈະຖຶກປົກກວມໂດຍ ວິກິດ ໂຄວິດ-19.

    13/05/2021 Duration: 06min

    ງົບປະມານ 2020-21 ຂອງຣັຖບານອອສເຕຼເລັຍຈະຖຶກປົກຫຸ້ມໂດຍວິກິດ ໂຄວິດ-19 ແຕ່ການຈາບຂູ່ດ້ານສຸຂພາບນັ້ນຈະກະທົບກະເທືອນຍ້ອນມັນຈະແມ່ນການສັກຢາປ້ອງກັນ ໂຄວິດບ19 ພຸ້ນ. ການຂົນນຳສົ່ງຢາວັກຊີນ ໂຄວິດ-19 ບັນຫາການມີຢານັ້ນ ການລັ່ງເລໃຈຈະໄປໃຫ້ສັກຢາ ນັ້ນໃຫ້ ເປັນສິ່ງທີ່ສ້າງບັນຫາແກ່ທ່ານນາຍຄັງໃຫຍ່ອອສເຕຼເລັຍ. ແລະກະທັ້ງການທີ່ເສຖກິດໂດຍທົ່ວໄປຂອງອອສເຕຼເລັຍຟຶ້ນໂຕດີຄືນໄດ້ັນັ້ນຍັງແຂງແຮງ ດີຢູ່ກໍຕາມ ບາງຂະແໜງຂອງເສຖກິດນັ້ນຍັງອາໄສການສັກຢາວັກຊີນນັ້ນຢູ່ເພື່ອຈະເອົາ ໂຕລອດໄດ້.

  • ອອສເຕຼເລັຍຈະວາງຈຳນວນຄົນຕ່າງປະເທດທີ່ຈະມາຢູ່ອອສເຕຼເລັຍໄວ້ໃນອົປມານ 21-22 ບໍ່?

    13/05/2021 Duration: 05min

    ຈຳນວນຄົນຕ່າງປະເທດທີ່ໄດ້ມາຢູ່ອອສເຕຼເລັຍຢ່າງຖາວອນຕົກຕ່ຳລົງມາກມາຍ ໃນຣະຍະວິກິດ ໂຄວິດ-19 ຈົນເຖິງຂັ້ນຫຼົບທີ່ບໍ່ເຄີຍມີມາກ່ອນຕໍ່ແຕ່ພາຍຫຼັງສົງ ໂລກ5ັງທີສອງ. ນັ້ນເປັນການເສັຍຫາຍເສຖກິດອອສເຕຼເລັຍມາກມາຽໂດຍມີວິກິດຂາດເຂີນລູກ ຈ້າງທີ່ຄວາມສ່ຽວຊານແລະການເຕີບໂຕຂອງມົນລະເມືອງຄົງຈະລ້າຊາລົງໃນອານາຄົດ. ຜູ້ສ່ຽວຊານທັງຫຼາຍເວົ້າວ່າມັນບໍ່ແມ່ນແຕ່ເສຖກິດທີ່ຈະໄດ້ຮັບຄວາມເສັຍຫາຍແຕ່ສວນ ປະກອບຂອງວັທນະທັມຂອງສັງຄົມອອສເຕຼເລັຍນຳດ້ວຍ.

page 20 from 26