Sbs Lao - Sbs

  • Author: Vários
  • Narrator: Vários
  • Publisher: Podcast
  • Duration: 61:33:50
  • More information

Informações:

Synopsis

Listen to interviews, features and community stories from the SBS Radio Lao program, including news from Australia and around the world. - , SBS , .

Episodes

  • ທາງດ່ວນ ວຽງຈັນ-ປາກເຊ

    03/06/2021 Duration: 04min

    ເສັນທາງ ວຽງຈັນ-ວັງວຽງ ເປັນເສັ້ນທາງດ່ວນຣະຫ່າງສອງເມືອງດັ່ງກ່າວທີທຸຣະກິດ ໃນ ສປຈີນ ເປັນເຈົ້າຂອງ. ໃນເວລານີ້ພັກຣັຖກຳລັງຈະສ້າງເສັ້ນທາງນັ້ນອີກຣະຫ່ວາງ ວຽງຈັນ-ປາກເຊ ແຕ່ບໍ່ໄດ້ ເປີດເຜີນວ່ານັ້ນຈະຕົກເປັນເງິນເປັນຄຳຫຼາຍປານໃດແລະ ສປປລາວ ຈະມີເງິນສ້າງມັນ ຂຶ້ນບໍ່ຫຼືຈະຢືມເງິນມາຈາກໃສເພື່ອສ້າງ.

  • ເສັ້ນທາງຣົດໄຟຄວາມໄວສູງ ບາງກອກ-ໂຄຣາດ ຕຳສະດຸດ

    03/06/2021 Duration: 04min

    ເສັນທາງຣົດໄຟຄວາມໄວສູງ ໄທຍ໌-ສປຈີນ ມີສອງສ່ວນ ຄື ບາງກອກ-ໂຄຣາດ ແລະ ໂຄຣາດ-ໜອງຄາຍ. ສອງສ່ວນນີ້ມີການເລີ້ມຕົ້ນສ້າງຂຶ້ນເປັນຂັ້ນຕອນມາແລ້ວ ທີ່ສ່ວນ ບາງກອກ-ໂຄຣາດ ຖຶກມອງເຫັນວ່າເກືອບສຳເຣັດແລ້ວ ແຕ່ບັດນີ້ມັນດັນໄປເຕະສະດຸດເອົາຈົນໄດ້.

  • ຕຳຣວດນ້ຳແຂວງຢຸນນານມອບອຸປກອນການຊ່ວຍເຫຼືອແກ່ກອງທັບແຂວງບໍ່ແກ້ວ

    03/06/2021 Duration: 04min

    ກຳລັງຮັກສາຊາຍແດນທາງນ້ຳຂອງ ສປຈີນ ແລະ ສປປລາວປະສານກັນມານານແລ້ວ ຮອບດ້ານເພື່ອເຫດຜົນການເປັນຣະບຽບຮຽບຮ້ອຍ ສັນຕິ ແລະປອດພັຍຕ່າງໆ. ໃນອະດິດຜ່ານມາທາງການ ສປຈີນ ໃຫ້ການຊ່ວຍເຫຼືອແກ່ທາງການ ສປປລາວ ໃນການກະທຳເຊັ່ນນັ້ນ. ໃນຫ່ວາງນຶ່ງນີ້ກໍໄດ້ກະທຳເຊັນນັ້ນແກ່ກອງທັບແຂວງບໍ່ແກ້ວທີ່ກ່ອນໆນີ້ແມ່ນແຂວງ ຫົວຂອງ.

  • ສະຫະຣັດອະເມຣິການຢາກຮູ້ຕົ້ນຕໍ່ຂອງ ໂຄວິດ-19

    03/06/2021 Duration: 08min

    ໂຈ ບິເດິນ ຜູ້ນຳຂັ້ນສຸດຍອດຂອງສະຫະຣັດອະເມຣິກາສັ່ງໃຫ້ສາຍສຶບສະຫະຣັດຈົ່ງ ທະວີຂຶ້ນຕື່ມການພະຍາຍາມໃນການສຶບສ່ວນເບິ່ງຕົ້ນຕໍ່ຂອງ ໂຄວິດ-19 ແລ້ວງານ ໃຫ້ທ່ານຊາບພາຍໃນ 90 ວັນ. ທ່ານເວົ້າວ່າມັນມີຫຼັກຖານພຽງພໍທີ່ຈະສະຣຸບໄດ້ຢ່າງຄັກແນ່ນອນວ່າ ໂຄວິດ-19 ມາຈາກການຕິດແປດມາຈາກສັດຫຼືບໍ່ຫຼືຈາກຫ້ອງວິທຍາສາດ. ທ່ານກໍຮຽກໃຫ້ ສປຈີນ ຈົ່ງເຂົ້າຮ່ວມຢ່າງເຕັມສ່ວນການສຶບສວນເອົາຄຳຕອບ ໂດຍສາກົນນາໆຊາດ.

  • ຜູ້ນຳຊຸມຊົນແລະສາສນາເປັນຄະນະໄປໃຫ້ສັກຢາວັກຊີນ ໂຄວິດ-19

    03/06/2021 Duration: 04min

    ຜູ້ນະສາສນາຫຼາຍຫົວສິບຄົນ ເປັນຄະນະ ພາກັນໄປໃຫ້ສັກຢາວັກຊີນ ໂຄວິດ-19 ໃນຫ່ວາງນຶ່ງກ່ອນນີ້. ການສັກຢາເປັນຄະນະດັ່ງກ່າວນັ້ນເປັນສິ້ນສ່ວນຶ່ງຂອງການພະຍາຍາມຂອງຣັຖ ບານຣັດນີວຊາວແວນລ໌ໃນການບໍ່ຣິການການສັກຢາອັນປອດພັຍນັ້ນແກ່ທຸກໆຄົນ ໂດຍບໍ່ຄຳນຶງເຖິງສາສນາ.

  • ຂ່າວສຳຮັບຣະຍະ 31-5-21

    03/06/2021 Duration: 12min

    ຂ່າວຄາວທີ່ຄວນຊາບສຳຮັບຣະຍະ 31-5-21.

  • ສປປລາວ ຮຽກຮ້ອງໃຫ້ໄທຍ໌ສະດວກສະບາຍການກັບບ້ານຂອງແຮງງານລາວ

    03/06/2021 Duration: 03min

    ຄົນ ສປປລາວ ຫຼັງໄຫຼເຂົ້າໄປເຮັດວຽກເຮັດການຢູ່ໃນປະເທດໄທຍ໌ມາມາຍຕລອດມາ ແຕ່ຍ້ອນທີ່ ສປປລາວ ເລີ້ມປ່ອຍໃຫ້ ແຮງງານນັ້ນກັບຖິ່ນຖານໄດ້ມັນກໍຍັງຍາກຊາ ແລະລ້ຳບາກທີ່ຈະກັບ. ບັ້ນນີ້ທາງການແຂວງບໍຣິຄຳໄຊ ສປປລາວ ຮຽກຮ້ອງຕ້ອງການໃຫ້ທາງການໄທຍ໌ ຈົ່ງໃຫ້ຄວາມງ່າຍດານແກ່ການຈະກັບບ້ານຂອງແຮງງານລາວນັ້ນ.

  • ອາຫານທະເລໄທຍ໌ໃນ ສປປລາວ ກຳລັງມີຊີວິດຊີວາຂຶ້ນໃໜ່

    03/06/2021 Duration: 05min

    ອາຫານທະເລໄທຍ໌ເປັນອຸສຫະກັມອັນໃຫຍ່ໂຕອັນນຶ່ງແລະຖຶກຂາຍສົ່ງໄປຍັງ ຫຼາຍປະເທດຂອງໂລກນີ້ດັ່ງ ສະຫະຣັດແລະອອສເຕຼເລັຍເປັນຕົ້ນ ຕລອດເຖິງ ໄປຍັງປະເທດ ສປປລາວ ທີ່ບໍ່ມີທະເລ. ແຕ່ບໍ່ນານກ່ອນນີ້ ຍ້ອນເຫດຜົນກ່ຽວກັບ ໂຄວິດ-19 ສປລລາວ ຕ້ອງຫ້າມ ບໍ່ໃຫ້ອາຫານທະເລຈາກປະເທດໄທຍ໌ເຂົ້າໄປໃນແຜ່ນດິນລາວ. ນັ້ນພາໃຫ້ມີການເຈຣະຈາກັນຢ່າງຍືດຍາວແລ້ວຕົກລົງກັນໄດ້ໃຫ້ອາຫານນັ້ນ ເຂົ້າໄປໃນລາວໄດ້ໃໜ່ ທີບັດນີ້

  • ສະຖານະພາບ ໂຄໂຣນາໄວຣັສ

    03/06/2021 Duration: 02min

    ໂຄວິດ-19 ໃນໂລກນີ້ນັ້ນປາກົດວ່າຮ້າຍແຮງເມືອໜ້າຈາກສາຍພັນເດີມໆ ວູຮານ (ສປຈີນ) ບຼາຊຽນ ເຊົາທ໌ອາຟຼິກກາ ອັງກິດ ແລະ ອິນເດັຍ ແຕ່ບັດນີ້ ປະເທດວຽດນາມສຳຜັດປະກາດພົບພໍ້ສາຍພັນໃໜ່ທີ່ແມ່ນຊະນິດສາຍພັນ ອັງກິດ ປະສົມ ກັບສາຍພັນ ອິນເດັຍ ຕື່ມອີກ. ແຕ່ຈຳນວນຄົນເປັນ ໂຄວິດ-19 ບາງຫົນແຫ່ງຂອງໂລກນີ້ ເປັນແນວ ໃດແລ້ວ?

  • ໜູແຜ່ຣະບາດນາບຄູ່ການເກັບກ່ຽວເຂົ້າທີ່ ຣີເວີຣີນາ

    03/06/2021 Duration: 08min

    ຂົງເຂດ ຣີເວີຣີນາ ຂອງຣັດນີວຊາວແວນລ໌ ອອສເຕຼເລັຍເປັນຖິ່ນຖານ ການຜະລິດເຂົ້າ (ຣາຍສ໌) ສ່ວນໃຫຍ່ຂອງອອສເຕຼເລັຍ ແຕ່ເຂດແຫ່ງ ນຶ່ງນັ້ນກຳລັງຖຶກໜູອາຣະວາດຢູ່. ເຂດດັ່ງກ່າວກຳລັງຈະໄດ້ການເກັບກ່ຽອັນໃຫຍ່ໂຕທີ່ສຸດພາຍຫຼັງທີ່ຖຶກ ພັຍແຫ້ງແລ້ງໃນຣະຍະສາມປີທີ່ຜ່ານມາ ແຕ່ບັດນີ້ສຳຜັດຖຶກພັຍທີ່ ໜູແຜ່ຣະບາດໃນຣັດນີວຊາວແວນລ໌ນັ້ນ.

  • ການໂຕ້ເຫດໂຕ້ຜົນກ່ຽວກັບການໄດ້ຢາວັກຊີນ ໂຄວິດ-19 ຍັງມີຢູ່ຕໍ່ໄປ

    03/06/2021 Duration: 08min

    ບັດນີ້ ຄົນໃນສະຫະຣັດອະເມຣິກາເຖິງຫຼາຍກ່ວາ 50% ຖຶກສັກຢາວັກຊີນ ໂຄວິດ-19 ຢ່າງເຕັມສ່ວນໃຫ້ແລ້ວ. ນີ້ເປັນໄປສຳເຣັດກ່ອນໜ້າຫົກສັບປະດາທີ່ສະຫະຣັດຈະສັກຢ່ານັ້ນໃຫ້ແກ່ພົນລະເມອງ ຂອງຕົນໃຫ້ແລ້ວເປັນຢ່າງໜ້ອຍເຂັມນຶ່ງ. ຂ່າວດັ່ງກ່າວມີຂຶ້ນເມື່ອທີ່ນັກວິທຍາສາດຊັ້ນນຳສເນີວ່າການໄຕ່ຕາມເບິ່ງການໄປກວກ ກາໃນ ສປຈີນ ສາມາດຄ້ຳປະກັນວຽກງານຂອງອົງການສາທາຣະນະສຸກໂລກກ່ຽວກັບ ໂຄໂຣນາໄວຣັສ.

  • ຂ່າວສຳຮັບຣະຍະ 29-5-21

    02/06/2021 Duration: 12min

    ຂ່າວຄາວທີ່ຄິດວ່າເປັນທີ່ສົນໃຈສຳຮັບຣະຍະ 29-5-21

  • ຣັດວິກຕໍເຣັຍ ລ໋ອກດາວ ເພີ້ມ 10 ມື້

    02/06/2021 Duration: 04min

    ລ໋ອກດາວ ໃນຣັດວິກຕໍເຣັຍທີ່ຈະສິ້ນສຸດລົງໃນມື້ອື່ນນີ້ ທີ 03 ມິຖຸນາ 2021 ຖຶກຕໍ່ດົນນານຕື່ມນຶ່ງສັບປະດາ ຄືຮອດ 23 ໂມງ 59 ນາທີ ຂອງວັນພະຫັດ ທີ 10 ມິຖນາ 2021. ນັ້ນແມ່ນຍ້ອນທີ່ທາງການວິກຕໍເຮັຍຍັງຫ່ວງໄຍກັບການຣະບາດຕິດແປດ ໂຄວິດ-19 ສາຍພັນໃໜ່ທີ່ດຸ ເຄືອນທີ່ໄດ້ໄວຫຼາຍ ແລະຕິດແປດກັນໄດ້ງ່າຍ ກ່ວາເກົາມາກມາຍຫຼາຍເທົ່າ. ສາຍພັນໃໜ່ນັ້ນ ໄດ້ຊື່ວ່າ ກາບປາ. ມັນແມ່ນຫັຍງກັນແທ້?

  • ຣັດວິກຕໍເຣັຍ ລ໋ອກດາວ ເປັນຄັ້ງທີສີ່

    27/05/2021 Duration: 08min

    ເປັນຄັ້ງໃໜ່ອີກ ຣັດວິກຕໍເຣັຍ ລ໋ອກດາວ ເພື່ອສະກັດກັ້ນ ໂຄວິດ-19. ນີ້ແມ່ນແຕ່ 23 ໂມງ 59 ນາທີ ຂອງວັນພະຫັດ ທີ 28 ພຶດສະພາ 2021 ເປັນຕົ້ນໄປ ຍ້ອນທີ່ໃນວິກຕເຣັຍມີຄົນເປັນ ໂຄວິດ-19 ເພີ້ມຂຶ້ນຢ່າງວ່ອງ ໄວ ເປັນ 26 ຄົນແລ້ວ ແລະມີບໍ່ຕ່ຳກ່ວາ 150 ຫົນແຫ່ງທີ່ມີຄວາມສ່ຽງກັບ ພະຍາດດັ່ງກ່ວາ. ທຸກຄົນທີ່ເປັນ ໂຄວິດ-19 ນັ້ນແມ່ນເປັນຊະນິດ ສາຍພັນອິນເດັຍ ທີ່ເປັນ ອັນທີ່ຕິດແປດກັນໄດ້ງ່າຍກ່ວາ. ຈາກ 26 ຄົນທີ່ເປັນນັ້ນຄົນນຶ່ງຖຶກພະຍາບານໂຕຢ່າງໜັກໜ່ວງຢູ່.

  • ວຽກກະເສດໃນຍາມໜາວມີຫັຍງແດ່?

    27/05/2021 Duration: 07min

    ໂດຍສ່ວນໃຫຍແລ້ວວຽກເຮັດງານທຳກ່ຽວກັບກະເສດໃນອອສເຕຼເລັຍຂຶ້ນກັບຣະດູການ. ໃນອອສເຕຼເລັຍມີກະເສດຂັ້ນອຸສຫະກັມມາກມາຍແຕ່ມັນມີວຽກໃຫ້ເຮັດເປັນປະຈຳບໍ? ຄັນມີ ວຽກນັ້ນມີຫັຍງແດ່ແລະໃຫ້ຄ່າແຮງງານແນວໃດແລະສະພາບການເຮດວຽກເປັນ ແນວໃດ? ເຊີນຟັງການສຳພາດ່ທານ ສີສຸວັນ ແບຼກ ຫຼວງຮາຊ ຜູ້ຄວບຄຸມວຽກງານສວນໜາກອາງຸ່ນ.

  • ທາງການຂົນສົ່ງວຽງຈັນບໍ່ບໍຣິການຄົນທີບໍ່ຖຶກສັກວັກຊີນ ໂຄວິດ-19

    27/05/2021 Duration: 03min

    ທາງການການຂົນສົ່ງຂອງນະຄອນວຽງຈັນຈະບໍ່ບໍຣິການກິຈການໃດໆແກ່ ຄົນທີ່ຍັງບໍຖຶກສັກຢາວັກຊີນ ໂຄວິດ-19. ສາທາຣະນະສຸກລາວບໍ່ມີຢາວັກຊີນ ໂຄວິດ-19 ສຳຮັບຈະສັກໃຫ້ຄົນ ຮວດໃໜ່ອີກແລ້ວ.

  • ສປປລາວ ຕໍ່ດົນນານອອກລ໋ອກດາວຕ້ານ ໂຄວິດ-19

    27/05/2021 Duration: 04min

    ໂຄວິດ-19 ຮອບສອງກຳລັງລາມຂຶ້ນຢ່າງວ່ອງໄວໃນ ສປປລາວ. ນີ້ໄດ້ເຮັດໃຫ້ທາງການພັກຣັຖເປັນຫ່ວງເປັນຍັຍນຳຈົນຕໍ່ດົນນານ ອອກລ໋ອກດາວອີກ. ແລະທາງການລາວກໍກຳລັງຂາດເຂີນຢາວັກຊີ ໂຄວິດ-19 ດ້ວຍ.

  • ອົງການສາທາຣະນະສຸກໂລກເຕືອນວ່າ ໂຄວິ-19 ສາຍພັນອີນເດັຍເປັນສິ່ງທີ່ໂລກນີ້ຫ່ວງຍັຍ

    27/05/2021 Duration: 08min

    ອົງການສາທາຣະນະສຸກໂລກດີໃນນຳທີ່ຈຳນວນຄົນເປັນແລະຕາຍຍ້ອນ ໂຄວິດ-19 ໃນໂລກນີ້ຈຶ້ງຢູ່ ແຕ່ຍົກຍໍຂຶ້ນຄວາມເປັນຫ່ວງເປັນຍັຍກ່ຽວກັບ ໂຄວິ-19 ສາຍພັນລ ອິນເດັຍທີ່ເປັນສາຍພັນໃໜ່ໆ. ນີ້ເປັນດັ່ງນັ້ນໃນເມື່ອທີ່ປະເທດອັງກິດແລະປະເທດອື່ນໃນຢູໂຣບບັນຍັດການຕ້ອງ ຫ້າມກ່ຽວກັບ ໂຄວິດ-19 ຂຶ້ນຕືາມອີກ.

  • ໂຄໂຣນາໄວຣັສ ເປັນສັດຕູທີ່ເກ່ງຫຼາຍ

    27/05/2021 Duration: 08min

    ອີງຕາມທ່ານ ປອ ແອນໂຕນີ ໂຟຊີ ທີ່ເປັນນັກວິທຍາສາດຊັ້ນນຳ ໂຄໂຣນາໄວຣັສ ຫຼື ວ່າ ໂຄວິດ-19 ມັນເປັນແມ່ພະຍາດໄວຮັສທີ່ເກ່ງຫຼາຍ. ນອກນັ້ນຜູ້ສ່ຽວຊານອີກຄົນນຶ່ງກໍບໍ່ແນ່ໃຈວ່າ ໂຄວິດ-19 ຈະຖຶກປາບປາມຣົບລ້າງ ໄດ້ຢ່າງເຕັມສ່ວນຫຼືບໍ່. ທ່ານ ໂຟຊີ ເປັນຜູ້ນຳການແພດຂອງປະທານາທິບໍດີສະຫະຣັດອະເມຣິກາ ໂຈ ບີເດີນ.

  • ຣັຖບານອອສເຕຼເລັຍຈະສ້າງໂຮງໄຟຟ້າທີ່ປັ່ນໂດຍແກສ

    27/05/2021 Duration: 07min

    ຣັຖບານອອາເຕຼເລັຍຢັ້ງຢືນວ່າພວກເພີ່ນຈະສ້າງໂຮງໄຟຟ້າມູນຄ່າ 600 ລ້ານດອນລາ ທີ່ຈະແລ່ນໂດຍແກສແລະກໍບອກຕື່ມອີກວ່າໂຮງໄຟຟ້ານັ້ນຈະເຮັດໃຫ້ຣາຄາໄຟຟ້າຕົກຕ່ຳ ຫຼຸດລົງສຳຮັບຄົວເຮືອນ. ແຕ່ການຈະສ້າງມັນຢູ່ນະທີ່ເຂດ ຮັນເຕີ ໃນຣັດ ນີວຊາວແວນລ໌ ບໍ່ສອດຄ່ອງກັນກັບຜູ້ ສ່ຽວຊານໃນດ້ານສັພຍາກອນພະລັງບາງຄົນແລະກໍຄັດກັບໜັງສືລາຍງານອັນສຳຄັນຂອງ ສາກົນນາໆຊາດທີ່ຮຽກໃຫ້ຍຸຕິການໜູນເງິນໃສ່ ເຕັກໂນໂລຊີ ທີ່ໃຫ້ ຟົດຊຽນ.

page 19 from 26