Sbs Lao - Sbs

Informações:

Synopsis

Listen to interviews, features and community stories from the SBS Radio Lao program, including news from Australia and around the world. - , SBS , .

Episodes

  • ວຽງຈັນຈັນງ່ຽບເຫົງາຍ້ອນລ໋ອກດາວ

    06/05/2021 Duration: 06min

    ພະຍາດ ໂຄວິດ-19 ຮອບສອງທີຣະບາດຂຶ້ນໃນ ສປປລາວ ເຮັດໃຫ້ມີ ລ໋ອກດາວໃນລາວຈົນວ່າວຽງຈັນງ່ຽບເຫົງາໄປໜົດ. ແລະການຣະບາດນັ້ນກໍຍັງຄືບເມືອໜ້າຢູ່.

  • ການຮຽກຮ້ອງທະວິຂຶ້ນໃຫ້ເຮັດເປັນສິ່ງຜິດກົດໜາຍໃນອອສເຕຼເລັຍການນາບຂູ່ເພື່ອຄວບຄຸມກັນ

    06/05/2021 Duration: 12min

    ຜູ້ທີ່ຫວິ້ງເຕັ້ນຕໍ່ຕ້ານຄວາມຮຸນແຮງພາຍໃນບ້ານເຮືອນກຳລັງຮຽກຮ້ອງຕ້ອງການ ໃຫ້ເຮັດໃຫ້ການຄວບຄຸມກັນໃນບ້ານເຮືອນ ທີ່ເລື້ອຍໆໄປເປັນສິ່ງທີ່ສ້າງຄວາມຮຸນ ແຮງໃນດ້ານຮ່າງກາຍຂຶ້ນໃສ່ການທີ່ມີຄວາມສຳພັນກັນ. ແຕ່ພະນັກງານການຄ້ຳຈູນ ຕ່າງໆເວົ້າວ່າຊ່ອງຫ່ວາງໃນກົດໜາຍແລະໃນກິຈການຕ່າງໆລົ້ມເຫຼວຜູ້ທີຖືວີຊາຊົ່ວ ຄາວຖຶກພັຍ.

  • ຈະເຮັດແນວໃດເພື່ອຫາເອົາວີຊາເຮັດວຽກຢູ່ໃນອອສເຕຼເລັຍຫຼັງຈາກຮຽນຈົບແລ້ວ?

    05/05/2021 Duration: 06min

    ຣັຖບານອອສເຕຼເລັຍຜ່ອນຜັນກົດເກນການຮ້ອງຂໍແລະກົດເກນກ່ຽວກັບວີຊາ ສຳຮັບນັກຮຽນຕ່າງປະເທດແລ້ວເພື່ອເຮັດໃຫ້ແນ່ວ່າອອສເຕຼເລັຍຍັງຈະເປັນຈຸດ ຣະດັບເອກສຳຮັບນັກຮຽນຕ່າງປະເທດຈະມາຮ່ຳຮຽນ. ບັດນີ້ໂດຍມີໄວ້ວີຊາຊົວຄາວສຳຮັບນັກຮຽນທີ່ຮຽນຈົບແລ້ວ, ນັກຮຽນນັ້ນມີໂອ ກາດຢືດຢື້ເຖິງການຢູ່ໃນອອສເຕຼເລັຍໄດ້ເພື່ອຈະມີການປະສົບການກັນວຽກເຮັດ ງານທຳແລະຊອກຫາເອົາວິທີທາງຢູ່ໃນອອສເຕຼເລັຍຢ່າງຖາວອນໄດ້.

  • ການຂາຍສິນຄ້າອອສເຕຼເລັຍອອກປະເທດພິສູດວ່າທົນທານກັບພິກັດພາສີຂອງ ສປຈີນ

    05/05/2021 Duration: 06min

    ອຸສຫະກັມອອສເຕຼເລັຍ່ີທຖຶກກະທົບກະເທືອນໂດຍການຂວາງກັ້ນຕ່າງໆຂອງ ສປຈີນ ປາກົດວ່າຕ້ານຜົນສະທ້ອນອັນຮ້າຍແຮງໄດ້. ໜັງສືລາຍງານໃໜ່ອັນນຶ່ງສເນີວ່າບໍຣິສັດຂາອອກປະເທດສ່ວນໃຫຍ່ຂອງ ອອສເຕຼເລັຍ ຍົກເວັ້ນເຫຼົາໜາກໄມ້ແລະຊີນງົວ ມາມາດຫາໄດ້ຕລາດອື່ນແທນ. ເມື່ອທີ່ທຸຣະກິດອອສເຕຼເລັຍຕ່າງໆເວົ້າວ່າສິນຄ້າຂອງພວກຂະເຈົ້າຖຶກນຳໄປຂາຍ ໃນແຫ່ງອື່ອນແທນການໄປ ສປຈີນ ແມ່ນມັນບໍ່ໄດ້ຣາຄາດີດັ່ງໄປຈີນ.

  • ອອສເຕຼເລັຍເຂັ້ມແຂງຖານທັບ

    05/05/2021 Duration: 05min

    ສະກອດຕ໌ ມໍຣິຊັນ ນາຍົກຣັຖມົນຕີອອສເຕຼເລັຍເປີດເຜີຍອອກມາແລ້ວ ໂຄງການມູນຄ່າຫຼາຍພັນລ້ານດອນລາເພື່ອປັບປຸງຖານທັບຕ່າງໆຂອງ ອອສເຕຼເລັຍທີ່ ດາກວິນ ແຕ່ທ່ານປິຕິເສດວ່າມນັນບໍ່ແ່ມນແນໃສ່ ສປຈີນ. ໂຄງການມູນຄາ 757 ລ້ານດອນລານັ້ນຈະຖຶກຈັບຈ່າຍໃ່ສຖານການຝຶກຊ້ອມ ສີ່ແຫ່ງທີ່ສາມາດຖຶກນຳໃຊ້ໂດຍສຳພັນທະມິດທີ່ສຳຄັນດັ່ງສະຫະຣັດອະເມຣິກາ.

  • ການສເລີມສລອງປີໃໜ່ລາວ 2564​ ໃນອອສເຕຼເລັຍ

    14/04/2021 Duration: 17min

    ປີນີ້ 2564 ເປັນນປີຍຫຸ້ງຍາກຮອບດ້ານໂດຍສະເພາະຍ້ອນວິກິດ ໂຄວິດ-19 ແຕ່ຊຸມຊົນຊາວລາວໃນອອສເຕຼເລັຍກໍພາກັນສເລີມສລອງປີໃໜ່ນັ້ນເປັນພິເສດ. ດັ່ງການສຳພາດທ່ານ ເດດ ສີແສງຣັດ ປະທານປະຊາສຳພັນສະມາຄົມສົ່ງເສີມຊຸມ ຊົນລາວໃນຣັດນວີຊາວແວນລ໌ ອອສເຕຼເລັຍ ດັ່ງຕໍ່ໄປນີ້.

  • ການສເລີມສລອງປີໃໜ່ 2564 ທີ່ຫຼວງພະບາງ.

    14/04/2021 Duration: 05min

    ການສເລີມສລອງປີໃໜ່ 2564 ທີ່ເມືອງຫຼວງພະບາງ ສປປລາວ ສຳຮັບ ປີນີ້ຖຶກຈັດຂຶ້ນແບບໃດ ນອກຈາກວ່າພິເສດຜິດປົກກະຕິ?

  • ຊາວປະໂມງລາວກັບການເປັນຄົນດັງພາຍຫຼັງຊ່ວຍຄົນຈາກເຮືອຈົມອ່າງນ້ຳງຶ່ມ.

    14/04/2021 Duration: 04min

    ຊາວຫາປາຄົນນຶ່ງທີ່ກຳລັງຫາປາຢູ່ໄດຍິນສຽງຮ້ອງ່ວາເຮືອຈົມນ້ຳ ເລີຍຟ່າວແລ່ນເຮືອໄປຫາທີ່ເກີດເຫດແລະໂດດລົງນ້ຳໄປຊ່ວຍຄົນ ໄວ້ຈຳນວນນຶ່ງ. ບັດນີ້ການກະທຳນັ້ນເຮັດໃຫ້ຜູ້ກ່ຽວໂດ່ງດັງໃນດ້ານ ອອນລາຍ ໃນ ສປປລາວ ແລ້ວ.

  • ນາຍົກໄທຍ໌ໂທຫາລືກັບນາຍົກໃໜ່ຂອງ ສປປລາວ

    14/04/2021 Duration: 04min

    ພາຍຫຼັງທີ່ ສປປລາວ ມີຄະນະຜູ້ນຳໃໜ່ມາຊົ່ວຣະຍະອັນບໍ່ດົນນານນາຍົກ ຣັຖມົນຕີໄທຍ໌ໂທໂອ້ລົມກັນກັບນາຍົກຄົນໃໜ່ຂອງ ສປປລາວ ເພື່ອເປັນ ການລື້ງແກ່ນກັນແລະເພື່ອສຳພັນມັຍຕີ້ກັນຮອບດ້ານດ້ວຍ.

  • ຄົນລາວຫາເອົາການສັກຢາວັກຊີນ ໂຄວິດ-19 ໂດຍວິທີໃດ?

    14/04/2021 Duration: 08min

    The Kovid-19 vaccination in Australia is underway For a while now But getting that shot depends on volunteering and searching By many. One of the ways that a Lao man was given that shot was by means of One that Mr. Bounthavongya will bring to you in the next step.

  • ມີການກົດດັນໃຫ້ແກ້ໄຂການຂາດເຂີນຜູ້ຕາງໜ້າຄົນອາຊີໃນການເມືອງອອສເຕຼເລັຍ.

    14/04/2021 Duration: 06min

    ມີການຂາດເຂີນຜູ້ຕາງໜ້າຄົນອາຊີໃນທຸກຂັ້ນການເມືອງອອສເຕຼເລັຍ ເມື່ອທີ່ພວກດັ່ງກ່າວຫຼາຍຄົນມີຄວາມສຳເຮັດຫຼາຍ ແຕ່ພວກຂະເຈົ້າບໍ່ ຫາເອົາຕ່ຳແໜ່ງການນຳພາໃນຣັຖບານຕ່າງໆໃນອອສເຕຼເລັຍຕາມອັດ ຕາສ່ວນຂອງຈຳນວນຄົນອາຊີໃນອອສເຕຼເລັຍ. ບັດນີ້ມີການເຄື່ອນໄຫວມ້າງເພສິ່ງທີ່ຂີດກັ້ນການທີ່ມີການຂາດເຂີນນັ້ນ ແລ້ວ.

  • ພະນັກງານນາໆວັທນະທັມສຳຮັຍສຳຫຼວດມົນລະເມືອງຕຽມຊຸມຊົນສຳຮັບການສຳຫຼວດ 2021.

    14/04/2021 Duration: 09min

    ການສຳຫຼວດພົນລະເມືອງອອສເຕຼເລັຍຈະມີຂຶ້ນໃນວັນທີ 10 ສິງຫາ 2021 ໂດຍທີຄຳຖາມຈະເປັນພາສາອັງກິດໜົດແລະຈຳຕ້ອງຖຶກຕອບ ເປັນພາສອັງກິດເທົ່ານັ້ນ. ອອສເຕຼເລັຍເປັນປະເທດນາໆວັທນະທັມແລະນາໆພາສາ. ດ້ວຍເຫດນີ້ມີການຈ້າງຄົນມາເປັນພະນັກງານນາໆວັທນະທັມເພື່ອຊົດ ຊ່ວຍປະກອບການສຳຫຼວດນັ້ນໃຫ້ເປັນໄປຢ່າງຖຶກຕ້ອງແລະຄວາມຕ້ອງ ການ..

  • ຂ່າວສຳຮັຍຣະຍະ 12-4-21.

    14/04/2021 Duration: 10min

    ຂ່າວທີ່ເປັນທີ່ສົນໃນສຳຮັບຣະຍະ 12-4-21.

  • ມິສເວີນດ໌ລາວຖຶກປົດ

    14/04/2021 Duration: 05min

    ສປປລາວສົ່ງນາງງາມຂອງຕົນເຂົ້າປະກວດໃນເວທີສາກົນຫຼາຍ ຄັ້ງມາແລ້ວ. ໃນຫ່ວາງນຶ່ງນີ້ ສປປລາວ ຄັດເລືອກໄດ້ ມິສເວີນດ໌ 2021 ຂອງຕົນ ແຕ່ຕໍ່ມາບໍ່ເທົາໃດເວລາກໍ່ປົດນາງງາມນັ້ນ. ດ້ວຍເຫດໃດກັນແທ້?

  • ອາຊຽນ ຈະປຶກສາກັນກ່ຽວກັບວິກິດການເມືອງພະມ້າບໍ່?

    14/04/2021 Duration: 03min

    ພາຍຫຼັງການເລືອກຕັ້ງແຫ່ງຊາດພະມ້າຈົບສິ້ນລົງໄປຊົ່ວຣະຍະນຶ່ງແລ້ວ ກອງກັບພະມ້າຢຶດອຳນາດການປົກແລ້ວເກິດມີການປະທ້ວງກອງທັບ ພະມ້າໃນປະເທດພະມ້າແລະໃນຂັ້ນສາກົນນາໆຊາດ. ບັດນີ້ປະທານ ອາຊຽນ ຮຽກໃຫ້ສະມາຊິກ ອາຊຽນ ຈ່ົ່ງປະຊຸມປຶກສາຫາ ລືກັນກ່ຽວກັບວິກິດການເມືອງພະມ້າ ແຕ່ກອງປະຊຸມນັ້ນຈະມີຂຶ້ນບໍ່?

  • ນາໆປະເທດໂຕ້ຕອບສາຍພົວພັນກັນຣະຫ່ວາງຢາວັກຊີນ ອັສຕຼີຊີນິກາ ແລະເລືອດກ້າມໃນຮ່າງກາຍ.

    13/04/2021 Duration: 08min

    ທາງການຢາຢູໂຣບຍັງຢຶດໜັ້ນວ່າຢາວັກຊີນ ໂຄວິດ-19 ອັສຕຼາຊີນິກາ ມີຜົນໄດ້ກ່ວາຄວາມສ່ຽງຕ່າງໆ. ການພິຈາຣະນາເບິ່ງໂດຍທາງການດັ່ງກ່າວຮູ້ເຫັນວ່າມັນອາດມີສາຍພົວ ພັນກັນຣະຫ່ວາງຢາວັກຊີນ ໂຄວິດ-19 ຍີ່ຫໍ່ ອັສຕຼາຊີນິກາ ກັບເລືອດ ກ້າມໃນຮ່າງກາຍຂອງຄົນເຮົາ ແຕ່ຍັງບໍ່ມີການໂຈະການສັກຢາດັ່ງກ່າວ ໃຫ້ປວງຊົນເທື່ອ. ປະເທດຕ່າງໆທົ່ວ ຢູໂຣບ ບັດນີ້ ກຳລັງຕັດສິນໃຈວ່າຈະເຮັດແນວໃດກ່ຽວ ກັບຢານັ້ນຢູ່.

  • ຂ່າວສຳຮັບຣະຍະ 10-4-21

    13/04/2021 Duration: 10min

    ຂ່າວສຳຮັບຣະຍະ 10-4-21 ່ີທເປັນທີ່ສົນໃຈ.

  • ຈັງວັດໜອງຄາຍຊ່ວຍເຫຼືອຊາວກະສິກອນແລະປະໂມງເອົາໂຕລອດຈາກວິກິດນ້ຳຂອງແຫ້ງ.

    08/04/2021 Duration: 06min

    ດຽວນີ້ແມ່ນ້ຳຂອງຈາກຊາຍແດນລາວຊຈີນແຫ່ງເປັນວິກິດແລະ ປະຊາຊົນຕາມລຳແມ່ນ້ຳຂອງທີ່ເປັນສາຍໂລຫັດໃຫຍ່ນຂອງົນລາວ ແລະລາວີອສານມນບັນຫາໃນການທຳມາຫາກິນໂດຍອາໄສແມ່ນ້ຳ ດັ່ງກ່ວຢູ່. ຈາກການຮ້ອງທຸກຂອງປະຊາກອນໄທຍ໌ ບັດນີ້ທາງການຈັງວັດໜອງ ຄາຍອອກມາພະຍາຍາມແກ້ບັນຫາຂອງຄົນທັງຫຼາຍນັ້ນແລ້ວ.

  • ລາວເຮົາໃນອອສເຕຼເລັຍທີ່ແກ່ອາຍຸຮູ້ດີປານໃດກ່ຽວກັບການສັກຢາກັນ ໂຄວິດ-19?

    08/04/2021 Duration: 13min

    ຣັຖບານອອສເຕຼເລັຍທຸ້ມເທເງິນຄຳໃສ່ໂຄງການສັກຢາວັກຊີນກັນ ໂຄວິດ-19 ໃຫ້ແກ່ຄົນໃນອອສເຕຼເລັຍຢູ່ຕລອດທັງກໍພະຍາຍາມໃຫ້ຂໍ້ມູນຕ່າງໆກ່ຽວກັນການ ສັກຢານັ້ນຢູ່ສເມີມາ. ແຕ່ຄົນລາວໃນອອສເລັຍທີ່ແກ່ອາຍຸຮູ້ວິທີການເພື່ອຫາເອົາການສັກຢານັ້ນຫຼືບໍ່?

  • ໜອກຄວັນໃນພາກເໜືອໄທຍ໌-ລາວ-ພະມ້າ

    08/04/2021 Duration: 06min

    ພາກເໜືອຂອງປະເທດໄທຍ໌ທີ່ຕິດກັບ ສປປລາວ ແລະພະມ້າ ມັກຈະມີໜອກຄວັນໄຟຢູ່ເລື້ອຍໆ. ນີ້ເປັນບັນຫາອັນຂອງປະເທດໄທຍຍ໌ອັນເກີດມາຈາກການຈູດ ເຝົາຕ່າງໆໃນດ້ານກະເສດໂດຍຊາວກະສິກອນສາວສວນແລະໄຮ່ນາ.

page 22 from 26