Sbs Lao - Sbs

  • Author: Vários
  • Narrator: Vários
  • Publisher: Podcast
  • Duration: 62:55:22
  • More information

Informações:

Synopsis

Listen to interviews, features and community stories from the SBS Radio Lao program, including news from Australia and around the world. - , SBS , .

Episodes

  • ຍົກຍ້າຍມາຢູ່ອອສເຕຼເລັຍຢ່າງຖາວອນຜ່ານວີຊາທຸຣະກິດແລະການໜູນເງິນ

    15/07/2021 Duration: 07min

    ໂຄງການພັທນາທຸຣະກິດແລະການໜູນເງິນອອສເຕຼເລັຍທະວີຂຶ້ນສອງເທົ່າ ໃນປີ 2020-21 ໂດຍມີບ່ອນສຳຮັບມາຢູ່ອອສເຕຼເລັຍຢ່າງຖາວອນເຖິງ ຫຼາຍກ່ວາ 13,500 ບ່ອນໄວ້ໃຫ້. ໃນເວລາຜ່ານມາໂຄງການນັ້ນໃຫ້ເງິນໃຫ້ຄຳແກ່ການໜູນເງິນໃນອອສເຕຼ ເລັຍເຖິງຫຼາຍພັນລ້ານໂດລາແລະໃຫ້ຊ່ອງທາງເພື່ອຢູ່ໃນອອສເຕຼເລັຍຢ່າງ ຖາວອນສຳຮັບນັກນຼນເງິນ, ນັກພັທນາການ, ນັກທຸຣະກິດແລະຄົນທີ່ມີ ຄວາມສຳນິສຳນານໃນດ້ານການຄ້າການຂາຍ.

  • ປະກາດກ່ຽວກັບ ໂຄວິດ-19 ໃນຣັດ ນີວຊາວແວນລ໌

    15/07/2021 Duration: 33s

    ປະກາດຂ່າວສຳຄັນຂອງຣັດນີວຊາວແວນລ໌ກ່ຽວກັບ ໂຄວິ-19.

  • ຂ່າວສຳຮັບຣະຍະ 10-7-21

    15/07/2021 Duration: 12min

    ຂ່າວຄາວທິ່ເປັນຕາສົນໃຈນຳສຳຮັບຣະຍະ 10-7-21.

  • ຊາວໜຸ່ມລາວເຮັດແນວໃດຈຶ່ງສຳເຣັດໃນດ້ານທະຣະກິດໂດຍມືເປົ່າ

    08/07/2021 Duration: 14min

    ການກະທຳທຸຣະກິດ ບໍ່່ວ່ານ້ອຍຫຼືໃຫຍາ ແມ່ນມີຄວາມ ລ້ຳບາກແລະເປັນສິ່ງທີ່ຍາກຊາ ໂດຍສະເພາະຊາວໜຸ່ມ ທີ່ບໍ່ໄດ່ຄາບບ່ວງເງິນບ່ວງມາເກີດ ດັ່ງລູກເຕົ້າຂອງອົພຍົບ ລາວເຮົາ. ທ່ານ ພອນສິນ ໂຕໂຕ ບຸດກັສກາ ມາຢູ່ໃນອອສເຕັຍເລັຍ ກັບພໍ່ແມ່ນໃນຖານເປັນອົພພຍົບຈາກແຜ່ນດິນລາວ ໃນ ຄາວທີ່ຍັງດູດຂວັ້ນນົມຢູ່. ຕໍ່ຈາກນັ້ນ ເມ່ື່ອເຕີບໂຕຂຶ້ນແລ້ວກໍສຳເຮັດໃນດ້ານການ ສຶກສາຂັ້ນສູງໃນອອສເຕຼເລັຍແລ້ວອອກໄປຢູ່ໃນຕ່າງປະ ເທດທຳມາຫາກິນໃນດ້ານທຸຣະກິດການຄ້າໂດຍມືເປົ່າຕີນເປົ້າ ພ້ອມກັບຮຳ່ຮຽນຕໍໃນຂັ້ນສູງສຸດດ້ວຍ. ໃນການຣຽນຂັ້ນສູງສຸດແລະກະທຳທຸຣະກິດນັ້ນ ຖືໄດ້ວາ ປອ. ພອນສິນ ໂຕໂຕ ບຸດກັສກາ ມີຄວາມສຳ ເຣັດມາກມາຍແທ້ໆ ດັ່ງການສຳພາດທ່ານຊີ້ບອກໃຫ້ຮູ້ ເຫັນວ່າ :

  • ຫຼວງພະບາງໂຈະໄວ້ການສັກຢາວັກຊີນ ໂຄວິດ-19

    08/07/2021 Duration: 06min

    ສປປລາວ ຂາດເຂີນຢາວັກຊີນ ໂຄວິດ-19 ແລະໂດຍສ່ວນໃຫຍ່ແລ້ວອາໄສ ການບໍ່ຣິຈາກຢານັ້ນຈາກຕ່າງປະເທດແລະ ໂຄແວກ. ໃນຫວ່າງນຶ່ງນີ້ມີຄົນມາກມາຍໄປໃຫ້ສັກຢາວັກຊີນ ໂຄວິດ-19 ທີ່ຖຶກຈັດຂຶ້ນ ໃນສາມແຫ່ງຂອງນະຄອນຫຼວງພະລາງ. ຈາກເຫດການນີ້ເກີດມີສໍຣະວົນແຍ່ງກັນ ເພື່ອຈະໃຫ້ສັກຢານັ້ນ ຈົນການສັກ ຢານັ້ນຶຖກປິດລົງແລະໂຈະໄວ້ຊົ່ວຄາວເສັນກ່ອນ. ແຕ່ລະບອນນັ້ນຂາດເຂີນຢາວັກຊີນ ໂຄວິດ-19 ເອົາແທ້ເອົາວ່າ.

  • ຄົນລາວໃນໄທຍ໌ລັ່ງເລໃຈໃນການຈະກັບປະເທດຍ້ອນຢ້ານຈະບໍ່ໄດ້ອອກອີກ

    08/07/2021 Duration: 04min

    ໃນປະເທດໄທຍ໌ມີແຮງງານລາວມາກມາຍກາຍກອງ. ພວກເຫຼົ່ານີ້ມີບັນຫາກັບການບໍ່ມີວຽກເຮັດທຳຍ້ອນສະຖານະການນະພາບ ໂຄວິດ-19 ໃນໄທຍ໌ຂອງເວລານີ້. ຫວ່າງບໍ່ນານແລ້ວນີ້ພວກຂະເຈົ້າກັບປະທດ ສປປລາວ ໄດ້ໂດຍວິທີການອັນ ຖຶກຕ້ອງ. ເຖິງຈະເປັນດັ່ງນັ້ນກໍຕາມພວກຂະເຈົ້າລັ່ງເລໃຈທີ່ຈະກັບຍ້ອນຢ້ານກົວວ່າ ອາດຈະກັບຄືນໄປໄທຍ໌ບໍ່ໄດ້ ຖ້າໄດ້ກໍອາດຈະຍາກຈະຊາ.

  • ໂຄວິດ-19 ສາຍພັນ ແດນຕາ ມີຂຶ້ນໃນລາວແລ້ວບັດນີ້

    08/07/2021 Duration: 04min

    ສປປລາວ ເປັນປະເທດນຶ່ງທີ່ ໂຄວິດ-19 ບໍ່ມັກບໍ່ຊອບປານໃດ ຄື ມີຄົນເປັນມັນບໍ່ຫຼາຍແລະຮ້າຍແຮງຫຼາຍ. ແຕບັດນີ້ ໂຄວິດ-19 ສາຍພັນ ແດນຕາ ທີ່ເປັນສາຍພັນໃໜ່ ແລະຮ້າຍແຮງຫຼາຍໄປຮອດຜືນແຜ່ນລາວແລ້ວ. ໃນຂັ້ນຕໍ່ໄປສະຖານະການນະພາບໃນ ສປປລາວ ຈະເປັນແນວໃດ ກ່ຽວກັບ ໂຄວິດ-19 ?

  • ປະເທດບ້ານໃກ້ເຮືອນຄຽງອອສເຕຼເລັຍໃນຂົງ ປາຊີຟິກ ຍາກຊາໃນການຄວບຄຸມ ໂຄວິດ-19

    08/07/2021 Duration: 06min

    ສະຖານະພາບນະການກ່ຽວກັບ ໂຄວິດ-19 ໃນປະເທດ ຟີຊີ ຍັງເຮີະຮ້ານຂຶ້ນຢູ່ແລະ ຜູ້ສ່ຽວຊານທັງຫຼາຍບອກເຕືອນໃຫ້ ຟີຊີ ຄວນຕຽມໂຕສຳຮັບທີ່ຈະມີຄົນເປັນພະຍາດ ນັ້ນຫຼາຍຂຶ້ນຕື່ມ, ຖຶກພະຍາບານໂຕ, ແລະຕາຍໃນເດືອນນີ້. ການສັກຢາວັກຊີນ ໂຄວິດ-19 ຢ່າງວ່ອງໄວເປັນວິທີທາງດຽວ ເພື່ອທີ ຟີຊີ ຈະອອກຈາກວິດກິດ ໂຄວິດ-19.

  • ຮັຖບານອອສເຕຼເລັຍຕົກລົງກັນເອົາແຜນການສີ່ບາດກ້າວເພື່ອອອກຈາກ ລ໋ອກດາວ

    08/07/2021 Duration: 06min

    ຄະນະຣັຖບານອອສເຕັຍເລັຍຕົກລົງກັນຮັບເອົາແລ້ວນະໂຍບາຍ ສີ່ບາດກ້ວາເພື່ອອອກຈາກ ລ໋ອກດາວ ແລະການຕ້ອງຫ້າມຕ່າງໆກ່ຽວກັບ ໂຄວິດ-19 ເມື່ອຄົນອອສເຕຼເລັຍຖຶກສັກຢາວັກຊີນ ໂຄວິດ-19 ໃຫ້ຕາມສົມ ຄວນແລ້ວ.

  • ຂ່າວສຳຮັຍຣະຍະ 05-7-21

    08/07/2021 Duration: 11min

    ຂ່າວຄາວສຳຮັບຣະຍະ 05-7-21 ທີ່ເປັນທີ່ສົນໃຈມີຫຍັງແດ່?

  • ໄທຍ໌-ລາວ ປຶກສາຫາລືກັນເປີດຊາຍແດນຫຼາຍຕື່ມເພື່ອການຄ້າ

    08/07/2021 Duration: 05min

    ພາຍຫຼັງ ໂຄວິດ-19 ແຜ່ຣະບາດຂຶ້ນໃນໄທຍ໌ແລະ ສປປລາວ ຊາຍແດນ ຣະຫວ່າງສອງປະເທດນັ້ນປິດແຈບ ແຕ່ກໍມີການເປີດມັນຂຶ້ນຫຼາຍແຫ່ງ ແລ້ວ. ໃນຫວ່າງນຶ່ງກ່ອນນີ້ທາງການໄທຍ໌ແລະ ສປປລາວ ໄດ້ປຶກສາຫາລືກັນ ເພື່ອເປີດຊາຍແດນນັ້ຍຕື່ມເພື່ອເເສຖກິດການຄ້າ.

  • ສປປລາວ ມອບສິ້ນສ່ວນຂອງຄົນສະຫະຣັດທີ່ຫາຍສາບສູນໄປໃນໜ້າທີ່ໃຫ້ແກສະຫະຣັດ

    08/07/2021 Duration: 05min

    ໃນເສິກສົງຄາມໃນລາວມີຄົນຂອງປະເທດວຽດນາມເໜືອ, ໃຕ້, ສະຫະຣັດອະເມຣິກາ ແລະອື່ນສູນເສັຍຊີວິດໄປໃນເຂດນ້ຳແດນດິນລາວມາກມາຍ. ໃນຫວ່າງນຶ່ງນີ້ທາງການສະຫະຣັດອະເມຣິກາໄດ້ຮັບສິ້ນສ່ວນຂອງຄົນສະຫະຣັດທີ່ຫາຍ ສາບສູນໄປໃນລາວໃນຄາວນັ້ນ ເປັນຮວດໃໜ່ອີກແລ້ວ.

  • ຄົນໃນລາວທີ່ຖຶກສັກຢາວັກຊີນ ໂຄວິດ-19 ເຕັມສ່ວນ ເປັນໂຄວິດ-19

    08/07/2021 Duration: 05min

    ຄົນໃນ ສປປລາວ ໄປໃຫ້ສັກຢາວັກຊີນ ໂຄວິດ-19 ຈົນຂາດເຂີນຢານັ້ນ. ໃນຫວ່າງນຶ່ງນີ້ທາງການ ສປປລວ ພົບເຫັນຄົນທີ່ຖຶກສັກຢານັ້ນຄົບສຸດແລ້ວ ເປັນ ໂຄວິດ-19.

  • ສັບປະດາ ເນດ໋ອກ : ສະຖານທີ່ສຳຄັນຂອງຄົນພື້ນເມືອງທີ່ຢູ່ໃກ້ທ່ານ

    08/07/2021 Duration: 08min

    ສັບປະດາ ເນດ໋ອກ ເປັນເຫດການອັນນຶ່ງທີ່ຖຶກບົ່ງໄວ້ໃນປະຕິພີມ ອອສເຕຼເລັຍ. ອອສເຕຼເລັຍສເລີມສລອງ ສັບປະດາ ເນດ໋ອກ ໃນທຸກເດືອນກໍຣະກະ ດາເພື່ອຮັບຮູ້ປະຫວັດສາດ, ວັທນະທັມປະເພນີແລະຄວາມສຳເຣັດຂອງ ຄົນ ອາໂບຣີຊີໂນນແລະ ຊາວເກາະຕຊແລສເຕຼດ.

  • ມີການຮຽກຮ້ອງໃຫ້ຊາວໜຸ່ມໃນອອສເຕຼເລັຍໄປໃຫ້ສັກຢາວັກຊີນຍ້ອນສາຍພັນ ແດນຕາ ແຜ່ຜາຍ

    08/07/2021 Duration: 07min

    ເມື່ອທີ່ ໂຄວິດ-19 ສາຍພັນໃໜ່ ແດນຕາ ທີ່ຕິດແປດກັນໄດ້ງ່າຍໆແລະ ແຕະຕ້ອງເດັກໆຢູ່, ມີການຮຽກຮ້ອງຕ້ອງການໃຫ້ຄົນຜູ້ໜຸ່ມນ້ອຍໃນອອສ ເຕຼເລັຍໄປໃຫ້ສັກຢາວັກຊີນ ໂຄວິດ-19. ໃນປັດຈຸບັນນີ້ວັຍລຸ້ນອາຍຸ 16 ປີແລະທີ່ແກ່ກ່ວາສາມາດຖຶກສັກຢາວັກຊີນ ໂຄວິດ-19 ຍີ່ຫໍ້ ຟາຍເຊີ ໃຫ້, ແລະກໍມີການເຊື່ອຖືວ່າໃນໄວໆນີ້ທາງການ ການຄວບຄຸມຢາໃນອອສເຕຼເລັຍຈະຮັບຮູ້ໃຫ້ຈັກຢານັ້ນໄດ້ແກ່ຄົນໃຂຂົັ້ນ ອາຍຸ 12 ຫາ 15 ປີ.

  • ພະຍາດ ສາຍພັນໃໜ່ ແດນຕາ ເປັນບັນຫາສຳຮັບການກະຕຸ້ນວັກຊີນ ໂຄວິດ-19

    08/07/2021 Duration: 06min

    ໂຄວິດ-19 ສາຍພັນໃໜ່ ແດນຕາ ເປັນບັນຫາຕໍ່ແຜນການສັກຢາກະຕຸ້ນການສັກຢາ ວັກຊີນ ໂຄວິດ-19 ຂຶ້ນແລ້ວ. ສາຍພັນໃໜານັ້ນເປັນຊະນິທີ່ຮ້າຍແຮງກ່ວາສາຍພັນ ໂຄວິດ-19 ໃດໆທີ່ມີມາກ່ອນນີ້. ມັນແຜ່ຜາຍປິດແປດລາມໃສ່ກັນໄວຫຼາຍແລະງ່າຍ. ໃນວເລານີ້ທາງການຕ່າງໆ ຮວມດ້ວຍນັກວິທຍາສາດແລະສາທາຣະນະສຸກມີຄວາມຣະ ແວງສົງໄສວ່າຢາວັກຊີນ ໂຄວິດ-19 ທີ່ມີຢູ່ແລ້ວອາດຈະບໍ່ໄດ້ຜົນກັບສາຍພັນແດນຕາ.

  • ຂ່າວສຳຮັບຣະຍະ 03-7-21

    08/07/2021 Duration: 14min

    ຂ່າວຄາວໃນຣະຍະ 03-7-21 ມີຫຍັງແດ່ເປັຍທີ່ຄວນຊາບ?

  • ປີນີ້ ໄຂ້ເລືອດອອກໃນ ສປປລາວ ມີຫຼຸດລົງແດ່

    01/07/2021 Duration: 05min

    ໄຂ້ເລືອດອອກເປັນພະຍາດທີ່ອາຣະວາດ ສປປລາວ ມານານແລ້ວແລະ ເປັນເຫດການຊ້ຳເຮື້ອທີ່ແກ່ບໍ່ຕົກບໍ່ແຕກມານານແສນນານແລ້ວດ້ວຍ. ປາກົດສ້າຈຳນວນຄົນເປັນພະຍາດດັ່ງກ່າວໃນລາວໃນຕົ້ນປີນີ້ຫຼຸດລົງ ແດ່ແລ້ວ. ດ້ວຍເຫດໃດກັນແທ້ໆ?

  • ສປປລາວ ບັງຂັບໃຫ້ຖຶກສັກຢາວັກຊີນ ໂຄວິດ-19 ສອງເຂັມນຶ່ງຈະຂີ່ໄດ້

    01/07/2021 Duration: 04min

    ມີຄາດຄະເນວ່າຣົດໄຟຄວາມໄວສູງ ຈີນ-ລາວ ຈະເລີ້ມແລນກັນຂຶ້ນໃນວັນຊາດ 2 ທັນວາ ປີນີ້ ແຕ່ບໍ່ແມ່ນວ່າຈະຂີ່ໄປມາໄດ້ໂດຍມີອິສ ຣະພາບ. ຄົນໃດທີ່ຈະຂີ່ມັນຕ້ອງຖຶກສັກຢາວັກຊີນ ໂຄວິດ-19 ໃຫ້ຈຸບ 2 ເຂັມເສັນ/ຍກ່ອນ.

  • ຂ່າວສຳຮັບຣະຍະ 28-6-21

    01/07/2021 Duration: 12min

    ຂ່າວຄາວທີ່ຄິດວ່າສຳຄັນສຳຮັບຣະຍະ 28-6-21 ມີຫຍັງແດ່?

page 17 from 26