Sbs Lao - Sbs

Informações:

Synopsis

Listen to interviews, features and community stories from the SBS Radio Lao program, including news from Australia and around the world. - , SBS , .

Episodes

  • ກໍຣະນີໂຣກໝາກສຸກໃນ ອອສເຕຣເລັຍ

    09/04/2024 Duration: 06min

    ໂຣກໝາກສຸກ ແມ່ນໂຣກທີ່ຕິດຕໍ່ໄດ້ໄວທີ່ສຸດ. ເຖິງແມ່ນວ່າ ກໍຣະນີຂອງ ຈະເກືອບບໍ່ມີໃນ ອອສເຕຣເລັຍ, ແຕ່ໂຣກນີ້ກໍສາມາດຖືກນຳເຂົ້າມາຈາກຕ່າງປະເທດ. ແຕ່ການສັກວັກຊີນປ້ອງກັນແມ່ນວິທີທີ່ດີທີ່ສຸດໃນການ ກຳຈັດໂຣກນີ້.

  • Blue-blocker ໃນແວ່ນຕາຈະສາມາດແກ້ປັນຫາເລື້ອງປວດເມື່ອຍຕາບໍ່?

    09/04/2024 Duration: 04min

    ອາການເມື່ອຍທາງສາຍຕາ ຈາກການຢູ່ຫນ້າຈໍ ເປັນເວລານານ ກຳລັງເປັນບັນຫາ ທີ່ເພີ່ມຂຶ້ນ. ອາການເຫຼົ່ານັ້ນ ອາດລວມເຖິງ ການເມື່ອຍຕາ, ແສບຕາ, ຫຼື້ເຄືອງຕາ. ແສງສີຟ້າ (Blue Light) ໄດ້ຖືກຫາວ່າເປັນຕົ້ນເຫດ ຂອງການເພີ່ມຂຶ້ນຂອງກໍຣະນີ ການປວດແສບສາຍຕາ. Blue-blocker ໃນແວ່ນຕາຈະສາມາດແກ້ປັນຫາເລື້ອງປວດເມື່ອຍຕາບໍ່?

  • ວັກຊີນໄຂ້ຫວັດ ທີ່ໃຊ້ຈຸລັງ ໄດ້ຖືກນຳໃຊ້ແລ້ວ.

    09/04/2024 Duration: 05min

    ໃນຂນະທີ່ ລະດູໄຂ້ຫວັດໃນປີນີ້ ກໍາລັງມາຮອດ, ຢາວັກຊີນໄຂ້ຫວັດໃຫຍ່ໃໝ່ ທີ່ໃຊ້ຈຸລັງ (Cell-based) ໄດ້ຖືກນຳໃຊ້ ສໍາລັບລະບົບສຸຂະພາບ ທີ່ໄດ້ຮັບທຶນ ຈາກສາທາຣະນະ ຂອງອອສເຕຣເລັຍ ຫລັງຈາກໄດ້ ຢູ່ໃນຕລາດເອກກະຊົນ ຕັ້ງແຕ່ປີ 2021. ພວກນັກຊ່ຽວຊານກ່າວວ່າ ສູດໃຫມ່ນີ້ ໄດ້ຖືກອອກແບບ ເພື່ອໃຫ້ກົງກັບສາຍພັນໄຂ້ຫວັດໃຫຍ່ ທີ່ແຜ່ລາມໄປທົ່ວໂລກ ຫຼາຍຂຶ້ນ.

  • Understanding bankruptcy and its consequences in Australia - ເຂົ້າໃຈການລົ້ມລະລາຍ ແລະ ຜົນກະທົບຂອງມັນໃນອອສເຕຣເລັຍ.

    09/04/2024 Duration: 11min

    Bankruptcy can be complicated for many people, as it can bring about feelings of financial shame and stigma. However, it may be the only way to alleviate financial distress in some cases. If you struggle to manage your debts, filing for bankruptcy could be an option. - ການລົ້ມລະລາຍ ອາດມີຄວາມຊັບຊ້ອນ ສໍາລັບຫຼາຍຄົນ ເພາະມັນສາມາດນໍາມາ ເຊິ່ງຄວາມຮູ້ສຶກຂອງຄວາມອັບອາຍ ແລະຄວາມເສື່ອມເສັຍ ທາງດ້ານການເງິນ. ເຖິງຢ່າງໃດກໍຕາມ, ອາດຈະເປັນວິທີດຽວ ທີ່ຈະຫຼຸດຜ່ອນ ຄວາມເດືອດຮ້ອນທາງດ້ານການເງິນ ໃນບາງກໍລະນີ. ຖ້າທ່ານ ມີປັນຫາໃນການຈັດການກັບຫນີ້ສິນຂອງທ່ານ, ການຍື່ນຂໍ ການລົ້ມລະລາຍ ອາດຈະເປັນທາງເລືອກຢ່າງນຶ່ງ.

  • ປັນຫາອາຫານເສີມ ໃນປະເທດຍີ່ປຸ່ນ

    02/04/2024 Duration: 07min

    ອາຫານເສີມເພື່ອສຸຂະພາບ ທີ່ຜລິດໃນປະເທດຍີ່ປຸ່ນ ທີ່ມີສ່ວນປະກອບຂອງເຂົ້າທີ່ມີເຊື້ອແປ້ງແດງ (Red Yeast) ແມ່ນມີສ່ວນ ກ່ຽວກັບການເສັຍຊີວິດ ແລະການເຂົ້າໂຮງຫມໍ. ມັນໄດ້ເຮັດ ໃຫ້ມີການເອີ້ນຄືນຜລິດຕະພັນ ໃນປະເທດຍີ່ປຸ່ນ ແລະຕ່າງປະເທດ.

  • ການໃຊ້ Opioids ຕາມໃບສັ່ງແພດ (Prescription) ໃນອອສເຕຣເລັຍ.

    02/04/2024 Duration: 09min

    Opioids ແມ່ນຢາແກ້ປວດປະເພດນຶ່ງ ຊຶ່ງຜລິດມາຈາກ ຫຼືຄ້າຍຄື ສານທໍາມະຊາດທີ່ພົບໃນຕົ້ນຝິ່ນ (Opium poppy). Opioids ທີ່ຖືກສັ່ງໂດຍນາຍໝໍ ເພື່ອຮັກສາອາການປວດປານກາງ ເຖິງຂັ້ນຮຸນແຮງ. ແຕ່ກໍຍັງອາດມີຄວາມສ່ຽງ ແລະຜົນຂ້າງຄຽງທີ່ຮ້າຍແຮງ. Opioids ປະເພດທົ່ວໄປແມ່ນ oxycodone (OxyContin), hydrocodone (Vicodin), morphine, ແລະ methadone. ໃນອອສເຕຣເລັຍ, ການໃຊ້ Opioids ຕາມໃບສັ່ງແພດ (Prescription) ໃນທາງທີ່ຜິດ ໄດ້ເປັນບັນຫາມາດົນແລ້ວ. ໃນຈຸດຫນຶ່ງ, ອອສເຕຣເລັຍ ໄດ້ບັນທຶກການບໍຣິໂພກ ຕໍ່ຫົວທີ່ສູງສຸດເປັນອັນດັບເກົ້າຂອງໂລກ.

  • ການເຂົ້າເຖິງການຂົນສົ່ງສາທາຣະນະ ສໍາລັບຄົນພິການອອສເຕຣເລັຍ

    02/04/2024 Duration: 06min

    ມາດຕະຖານການຂົນສົ່ງ ສາທາຣະນະ ຂອງອອສເຕຣເລັຍ ຖືກກໍານົດໃຫ້ໄດ້ຮັບການປັບປຸງ ທີ່ສໍາຄັນຄັ້ງທໍາອິດ ໃນຮອບ 20 ປີ, ເພື່ອປັບປຸງການເຂົ້າເຖິງ ສໍາລັບຄົນພິການ. ພວກສນັບສນຸນກ່າວວ່າ ການປ່ຽນແປງມາຖືກທາງແລ້ວ, ແຕ່ຢາກໃຫ້ມີການຮັບຮອງວ່າ ພວກເຂົາເຈົ້າ ຈະໄດ້ຮັບການຮັບຮອງ ຢ່າງມີປະສິດທິພາບ ແລະປະສິດທິຜົນ.

  • ປອກແຂນຕິດຕາມ ແລະຜູ້ເຮັດຜິດເຍົາວະຊົນ.

    02/04/2024 Duration: 10min

    ປອກແຂນຕິດຕາມເອເລັກໂຕຼນິກ (Electronic monitoring bracelets)ຈະຖືກນໍາໃຊ້ ກັບເຍົາວະຊົນ ທີ່ຖືກຕັ້ງຂໍ້ຫາຮ້າຍແຮງ ໃນຣັດວິກຕໍເຣັຍ ເພື່ອພະຍາຍາມໃຫ້ແນ່ໃຈວ່າ ພວກເຂົາປະຕິບັດຕາມເງື່ອນໄຂການປະກັນຕົວ. ແຕ່ກໍມີຜູ້ບໍ່ເຫັນດີນຳ ດ້ວຍເຫດຜົນຕ່າງໆ.

  • The importance of understanding cultural diversity among Indigenous peoples - ຄວາມສໍາຄັນ ຂອງການເຂົ້າໃຈຄວາມຫຼາກຫຼາຍ ທາງວັດທະນະທັມ ໃນບັນດາຊົນເຜົ່າພື້ນເມືອງ.

    26/03/2024 Duration: 10min

    Understanding the diversity within the First Nations of Australia is crucial when engaging with Aboriginal and Torres Strait Islander peoples and building meaningful relationships. - ຄວາມເຂົ້າໃຈ ຄວາມແຕກຕ່າງພາຍໃນ First Nations ຂອງອອສເຕຣເລັຍແມ່ນສິ່ງສໍາຄັນ ເມື່ອມີສ່ວນຮ່ວມ ກັບຊາວພື້ນເມືອງ ແລະ Torres Strait Islander ແລະການສ້າງ ຄວາມສໍາພັນທີ່ມີຄວາມຫມາຍ.

  • ຄວາມບາດໝາງລະຫວ່າງ Donald Trump ແລະ Kevin Rudd.

    21/03/2024 Duration: 06min

    ອະນາຄົດ ຂອງເອກອັຄຣັຖທູດ ອອສເຕຣເລັຍ ປະຈໍາສະຫະຣັດອາເມຣິກາ ໄດ້ຖືກຕັ້ງຄຳຖາມ-ຫຼັງຈາກທີ່ອະດີດປະທານາທິບໍດີ Trump ໄດ້ກ່າວກ່ຽວກັບທ່ານ Kevin Rudd. ທາງຣັຖບານ ອອສເຕຣເລັຍ ຍັງຢືນຢັນວ່າ ທ່ານ Kevin Rudd ຍັງຈະດຳລົງຕຳແໜ່ງຢູ່ ບໍ່ວ່າໃຜຈະໄດ້ຖືກເລືອກຕັ້ງ ເປັນປະທານາທິບໍດີ ອຳເມຣິກາກໍຕາມ.

  • ການຂາດທີ່ພັກອາສັຍຂອງຊາວຫນຸ່ມ.

    20/03/2024 Duration: 05min

    ການວິຈັຍໃຫມ່ກ່ຽວກັບ ການຂາດທີ່ພັກອາສັຍ ຂອງຊາວໜຸ່ມ ສະແດງໃຫ້ເຫັນວ່າ ຫຼາຍຫມື່ນຄົນ ກໍາລັງສແວງຫາການຊ່ວຍເຫຼືອພຽງຢ່າງດຽວ, ແຕ່ຍັງດີ້ນລົນ ທີ່ຈະຊອກຫາການແກ້ໄຂ ຕໍ່ສະຖານະການຂອງເຂົາເຈົ້າ ໃນໄລຍະຍາວ.

  • How to prepare a job application: Tips for success - ການກຽມການສມັກວຽກ: ຄຳແນະນຳເພື່ອຄວາມສຳເລັດ.

    19/03/2024 Duration: 11min

    When coming across an advertisement for a job that interests you, understanding the subsequent steps is crucial. Preparing the requisite documentation and comprehending the recruiter's expectations will enhance your likelihood of securing that position. - ເມື່ອເຫັນໂຄສະນາ ສໍາລັບວຽກທີ່ທ່ານສົນໃຈ, ການເຂົ້າໃຈຂັ້ນຕອນຕໍ່ໄປ ເປັນສິ່ງສໍາຄັນຫຼາຍ. ການກະກຽມເອກະສານ ທີ່ຈໍາເປັນ ແລະການເຂົ້າໃຈຄວາມຕ້ອງການຂອງນາຍຈ້າງ ຈະເພີ່ມຄວາມເປັນໄປໄດ້ຂອງທ່ານ ໃນການໄດ້ຕໍາແຫນ່ງນັ້ນ.

  • ຜູ້ຂາດທີ່ຢູ່ອາສັຍ ກັບຄວາມຮ້ອນໃນ ອອສເຕຣເລັຍ.

    12/03/2024 Duration: 07min

    ຜູ້ຂາດທີ່ຢູ່ອາສັຍ ຈະມີຄວາມສ່ຽງຫຼາຍກວ່າຕໍ່ຄວາມຮ້ອນ. ຕອນນີ້ ໃນອອສເຕຣເລັຍ ມີການສ້າງສູນຄວາມເຢັນ ເພື່ອຊ່ອຍບັນເທົາຄວາມຮ້ອນແກ່ ຜູ້ຂາດທີ່ຢູ່ອາສັຍ ແລະຜູ້ອາສັຍຢູ່ໃນ ເຮືອນພັກສັງຄົມ (Social Housing). ມີຄວາມຫວັງວ່າໂຄງການນີ້ ຈະບໍ່ມີພຽງແຕ່ໃນທົ່ວປະເທດເທົ່ານັ້ນ, ແຕ່ຢູ່ໃນລະດັບສາກົນນຳອີກ.

  • ການຮັກສາອາການໝົດປະຈຳເດືອນ ໃນອອສເຕຣເລັຍ

    12/03/2024 Duration: 08min

    ເອກກະສານຊຸດນຶ່ງ ໂດຍນັກຄົ້ນຄວ້າຊາວອອສເຕຣເລັຍ ແນະນໍາວ່າ ການຈັດຕັ້ງທາງການແພດ ອາດໃຊ້ຢາ ໃນການປິ່ນປົວ ການໝົດປະຈຳເດືອນ ຫລາຍເກີນໄປ. ພວກເຂົາເຈົ້າ ຮຽກຮ້ອງໃຫ້ມີຄວາມເຂົ້າໃຈຢ່າງກວ້າງຂວາງ ເຖິງສະພາບການ ທີ່ຊ່ອຍໃຫ້ແມ່ຍິງ ທີ່ກໍາລັງປະສົບກັບວັຍໝົດປະຈຳເດືອນ ສາມາດນຳທາງໄປສູ່ການປ່ຽນແປງໄດ້.

  • ຄວາມສາມາດໃນການຈ່າຍຄ່າເຊົ່າໃນ ອອສເຕຣເລັຍ.

    12/03/2024 Duration: 08min

    ອອສເຕຣເລັຍ ກໍາລັງປະເຊີນກັບວິກິດການ ຄວາມສາມາດໃນການຈ່າຍຄ່າເຊົ່າ ທີ່ຮ້າຍແຮງທີ່ສຸດໃນຮອບ 17 ປີ, ດ້ວຍລາຄາເຊົ່າທີ່ສູງຂຶ້ນ ເກີນກວ່າການເຕີບໂຕຂອງລາຍໄດ້ ຊຶ່ງສົ່ງຜົນກະທົບຕໍ່ຄົນນັບລ້ານ.

  • What are Ramadan and Eid and how are they celebrated in Australia? - Ramadan ແລະ Eid ແມ່ນຫຍັງ ແລະມີການ ສເລີມສລອງແນວໃດໃນອອສເຕຣເລັຍ?

    11/03/2024 Duration: 08min

    As Muslims in Australia and around the world observe Ramadan, a month-long period of devotion and fasting, in this episode, we explore the religious significance of this holy month.  - ເນື່ອງຈາກຊາວມຸສລິມ ໃນອອສເຕຣເລັຍ ແລະທົ່ວໂລກ ປະຕິບັດຣາມາດານ, ຊຶ່ງເປັນເວລາຫນຶ່ງເດືອນ ຂອງການອຸທິດຕົນ ແລະຖືສິນອົດເຂົ້າ, ໃນຕອນນີ້ຂອງ Australia Explained, ພວກເຮົາຄົ້ນຫາຄວາມສໍາຄັນທາງສາສນາຂອງເດືອນສັກສິດນີ້.

  • ເວລາຢູ່ຫນ້າຈໍ (Screentime) ອາດລົບກວນ ການພັດທະນາພາສາ ໃນເດັກ

    06/03/2024 Duration: 06min

    ພວກນັກຄົ້ນຄວ້າ ໄດ້ເຕືອນພໍ່ແມ່ ໃຫ້ຮູ້ເຖິງສິ່ງທີ່ເອີ້ນວ່າ 'technoference'-ເມື່ອເວລາຢູ່ກັບຫນ້າຈໍ ຈໍາກັດຄວາມສາມາດ ຂອງເດັກນ້ອຍ ໃນການເວົ້າລົມ, ພົວພັນ ແລະພັດທະນາທັກສະໃຫມ່ ອີງຕາມການສຶກສາທໍາອິດ ຂອງອອສເຕຣເລັຍ ທີ່ພົບວ່າ ເດັກອາຍຸສາມປີໂດຍທົ່ວໄປ ສາມາດໃຊ້ເວລາສາມຊົ່ວໂມງ ຕໍ່ຫນ້າຈໍໃນແຕ່ລະມື້ອາດລົບກວນ ການພັດທະນາພາສາ ໃນເດັກວັຍຫັດຍ່າງ.

  • ບັນຫາການສໍ້ໂກງດ້ານອາຫານໃນອອສເຕຣເລັຍ.

    06/03/2024 Duration: 09min

    ບັນຫາການສໍ້ໂກງດ້ານອາຫານໄດ້ສ້າງຄວາມເສັຍຫາຍໃຫ້ຜູ້ຜລິດໃນທົ່ວໂລກ ປະມານ 40 ຫາ 50 ພັນລ້ານໂດລາຕໍ່ປີ, ແລະ 2 ຫາ 3 ພັນລ້ານໂດລາ ໃນອອສເຕຣເລັຍພຽງບ່ອນດຽວ, ໂດຍບໍ່ໄດ້ນັບການສໍ້ໂກງຢ່າງຫລວງຫລາຍທີ່ບໍ່ຖືກຄົ້ນພົບ ເຖິງແມ່ນວ່າເມື່ອທຽບໃສ່ມາດຕະຖານທົ່ວໂລກ, ອອສເຕຣເລັຍແມ່ນຫນຶ່ງໃນປະເທດທີ່ດີທີ່ສຸດ ສໍາລັບຄວາມປອດພັຍດ້ານອາຫານ.

  • Tackling misinformation: How to identify and combat false news - Tackling misinformation: ວິທີລະບຸ ແລະຕໍ່ສູ້ກັບຂ່າວປອມ.

    05/03/2024 Duration: 13min

    In an era where information travels at the speed of light, it has become increasingly difficult to distinguish between true and false. Whether deemed false news, misinformation, or disinformation, the consequences are the same - a distortion of reality that can affect people's opinions, beliefs, and even important decisions. - ໃນສມັຍທີ່ຂໍ້ມູນ ເດີນທາງດ້ວຍຄວາມໄວຂອງແສງ, ການແຍກຄວາມຈິງ ຈາກຄວາມຕົວະ ໄດ້ກາຍເປັນສິ່ງທ້າທາຍຫລາຍຂຶ້ນ ທີ່ຈະແຍກແຍະລະຫວ່າງຄວາມຈິງ ແລະຄວາມບໍ່ຈິງ. ບໍ່ວ່າມັນຈະຖືກເອີ້ນວ່າເປັນຂ່າວປອມ, ຂໍ້ມູນທີ່ຜິດ, ຫລືຂໍ້ມູນບິດເບືອນ, ຜົນກະທົບກໍແມ່ນຄືກັນ—ເປັນການບິດເບືອນຄວາມຈິງ ທີ່ສາມາດໂນ້ມນ້າວຄວາມຄິດເຫັນ, ກຳໜົດຄວາມເຊື່ອ, ແລະແມ່ນແຕ່ ມີອິດທິພົນຕໍ່ການຕັດສິນໃຈທີ່ສໍາຄັນ.

  • ບັນຫາໂຣກຄວາມອ້ວນໃນອອສເຕຣເລັຍ.

    05/03/2024 Duration: 05min

    ປັດຈຸບັນນີ້ ມີຊາວອອສເຕຣເລັຍ ເພີ່ມອີກ 2.5 ລ້ານຄົນ ທີ່ຖືກຈັດໃຫ້ເປັນຄົນອ້ວນ ເມື່ອທຽບໃສ່ ເມື່ອສິບປີກ່ອນ, ໃນຂນະທີ່ ຣັຖບານພິຈາຣະນາຂໍ້ສເນີ ທີ່ຈະຈໍາກັດ ການໂຄສະນາອາຫານບໍ່ເປັນປໂຍດ (Junk-food) ທີ່ແນເປົ້າຫມາຍໃສ່ເດັກນ້ອຍ.

page 1 from 26